ບົດທີ 02
ລ້ຽງຊີບດ້ວຍໂຕເອງ ເຫດຜົນທີ່ເລືອກເຮັດທຸລະກິດ
ທ່ານ ຢາມາໂມໂຕະ ເລີ່ມກໍ່ຕັ້ງບໍລິສັດເມື່ອອາຍຸ 31 ປີ ທ່ານ ມີຄວາມສົນໃຈໃນການເຮັດທຸລະກິດຕັ້ງແຕ່ຕອນໃດ? ໃນບົດຄວາມໜ້ານີ້ ໄດ້ເວົ້າເຖິງບໍລິສັດທີ່ ທ່ານ ຢາມາໂມໂຕະ ກໍ່ຕັ້ງຂື້ນ ແຕ່ໃນບົດນີ້ຈະເວົ້າກ່ຽວກັບເຫດການໃນຊ່ວງໄວ 20 ປີ ແລະ ເສັ້ນທາງທີ່ນຳໄປສູ່ການເຮັດທຸລະກິດພ້ອມທັງສຳພັດເຖິງຄຸນຄ່າສະເພາະຂອງທ່ານ ຢາມາໂມໂຕະ.
ຈຸດເລີ່ມຕົ້ນຂອງບໍລິສັດບໍ່ແມ່ນຢູ່ທີ່ວ່າຈະເຮັດຫຍັງ ແຕ່ແມ່ນຢູ່ທີ່ວ່າຈະເຮັດກັບໃຜ
ທ່ານ ຢາມາໂມໂຕະ ໃຊ້ຊີວິດໃນເມືອງ ຮາມາມັດສຶ ແຂວງຊິຊູໂອກະ ຈົນຮອດມັດທະຍົມປາຍ ກ່ອນຈະຍ້າຍໄປໂຕກຽວເພື່ອສຶກສາທີ່ມະຫາໄລ ໂຮເຊ ໃນສາຂາ ວິສະວະກຳເຄື່ອງຈັກ ເມື່ອຖາມວ່າ “ເປັນຫຍັງຈຶ່ງເລືອກຮຽນມະຫາໄລແລະສາຂານີ້?” ໃນຊ່ວງນັ້ນ ບໍ່ມີສິ່ງທີ່ຈະເຮັດໃຫ້ຮູ້ສຶກຢາກເຮັດ ຈຶ່ງເລືອກມະຫາໄລທີ່ດີທີ່ສຸດທີ່ໂຕເອງຈະເຂົ້າໄດ້ ແລະ ເພາະວ່າມັກວິຊາຟີສິກສາດຈຶ່ງເລືອກຮຽນສາຂາວິສະວະກຳເຄື່ອງຈັກ. ເບິ່ງຄືວ່າຄົນທີ່ເລີ່ມເຮັດທຸລະກິດຕັ້ງແຕ່ອາຍຸຍັງນ້ອຍຈະມີເປົ້າໝາຍທີ່ຊັດເຈນຕັ້ງແຕ່ຕົ້ນ ແຕ່ ທ່ານ ຢາມາໂມໂຕະທີ່ເລີ່ມເຮັດທຸລະກິດເມື່ອອາຍຸ 31 ປີ ກໍເຄີຍມີຊ່ວງເວລາທີ່ບໍ່ຮູ້ວ່າຈະເຮັດຫຍັງມາກ່ອນຄືກັນ… ເຮັດໃຫ້ຮູ້ສຶກໃກ້ຊິດກັບ ທ່ານ ຢາມາໂມໂຕະຫຼາຍຂື້ນ.
ທ່ານໄດ້ບອກວ່າໃນຊ່ວງມັດທະຍົມຕົ້ນ ແລະ ປາຍ ຊີວິດສ່ວນໃຫ່ຍຈະເນັ້ນໄປທີ່ການເຂົ້າຮ່ວມກິດຈະກຳຊົມລົມ ແລະ ການຕຽມໂຕເສັງເຂົ້າມະຫາໄລ ດັ້ງນັ້ນເມື່ອເຂົ້າມະຫາໄລ ທ່ານ ຢາມາໂມໂຕະ ຈຶ່ງຄິດວ່າຈະລອງເຮັດສິ່ງທີ່ບໍ່ເຄີຍເຮັດມາກ່ອນ ໃນຊ່ວງເວລານັ້ນ ເພີ່ນຮຽນໜັງສືພຽງພໍບໍ່? ແລະ ມ່ວນກັບການເຮັດວຽກພາດທາມ ເຂົ້າຮ່ວມຊົມລົມ ຫຼີ້ນໄພ່ນົກກະຈອກ ກັບໝູ່ ແລະ ຄວາມຮັກ ທ່ານໄດ້ມ່ວນກັບຊີວິດນັກສຶກສາແບບປົກກະຕິ ໃນຊົມລົມ ເຂົ້າຮ່ວມທັງໝົດ 3 ຊົມລົມ (ຊົມລົມມວຍ ຊົມລົມການສຶກສາສິລະປະການຊົງຊາ ແລະ ຊົມລົມເທນນິດ) ເປັນການລວມກຸ່ມທີ່ບໍ່ທຳມະດາເລີຍ
ທ່ານ Yamamoto ອາຍຸ 20 ປີ. ໃນວັນເຂົ້າສູ່ອາຍຸສູງສຸດ, ຂ້າພະເຈົ້າກັບບ້ານບໍ່ສາມາດໄດ້ຮັບການສອບເສັງວິທະຍາໄລ, ສະນັ້ນຂ້າພະເຈົ້າໄດ້ພົບກັບຫມູ່ເພື່ອນຢູ່ຫນ້າວິທະຍາໄລ.
ກັບຕົ້ນສະບັບຂອງຮ້ານອາຫານ Kappo Isoya. ໃນງານລ້ຽງດື່ມຂອງບໍລິສັດໃນປີ 2019. ທ່ານ Yamamoto ແຕ່ງຕົວເປັນພະນັກງານຮ້ານອາຫານຍີ່ປຸ່ນຕອນທີ່ລາວເປັນນັກສຶກສາມະຫາວິທະຍາໄລ.
ເມື່ອ ທ່ານ ຢາມາໂມໂຕະ ມີຄວາມສົນໃຈໃນການຂັບລົດ ເພິ່ນກໍໄດ້ຂັບລົດໄປວຽກໃນຖານະຄົນຂັບສົ່ງສິນຄ້າ ຫຼັງຈາກທີ່ໄດ້ໃບອະນຸຍາດ ລົດບັນທຸກຂະໜາດ 2 ຕັນ ບໍ່ເໝາະສຳຫຼັບມືໃໝ່ ແລະ ເພິ່ນໄດ້ເຮັດໃຫ້ລົດເກີດຮອຍຫຼາຍເທື່ອ ແຕ່ທຸກຄັ້ງທີ່ເກີດເຫດການແບບນີ້ ພະນັກງານທີ່ມີປະສົບການກໍຈະຊ່ວຍແປງຢ່າງລັບໆ ນອກຈາກນີ້ ເພິ່ນຍັງມີປະສົບການເຮັດວຽກໃນຮ້ານຂາຍອາຫານຟາດຟູດ ຄ່າເຟ່ສະໄຕຍີ່ປຸ່ນ ຄົນງານຍ້າຍບ້ານຕາມມື້ ຮ້ານຂາຍເຄື່ອງໃນຫ້າງຊັບພະສິນຄ້າ ແລະ ໃນຫ້ອງຄົວຂອງອິຊາກະຢະ ລວມເຖິງການສັງເກດຊີວິດຂອງຜູ້ໃຫ່ຍຈາກການເຮັດວຽກຕ່າງໆ ໃນຊ່ວງນັ້ນຍັງກົງກັບຊ່ວງເສດຖະກິດຟອງສະບູ ເຮັດໃຫ້ສຳພັດກັບຄວາມບ້າຄັ່ງຂອງຜູ້ໃຫ່ຍຈາກການເບິ່ງງານລ້ຽງຕ້ອນຮັບຂອງບໍລິສັດໃນຮ້ານຄັບໂປະ ທ່ານ ຢາມາໂມໂຕະ ເລືອກເຮັດວຽກໃນຮ້ານ ຄັບໂປະ “ເພາະວ່າຈະມີອາຫານທີ່ແຊບໃຫ້ກີນ”
ພົບກັບປື້ມທີ່ເຮັດໃຫ້ຮູ້ສຶກເປັນອິດສະຫຼະ
ເມື່ອສົນທະນາກັບທ່ານ ຢາມາໂມໂຕະ ຄຳວ່າ “ຫາລ້ຽງຊີບດ້ວຍຕົນເອງ” ມັກຈະຜຸດຂື້ນມາໃນບົດສົນທະນາຫຼາຍຄັ້ງ ເຖິງວ່າຈະບໍ່ໄດ້ເວົ້າຄຳນີ້ອອກມາຕົງໆ ແຕ່ຈາກການສົນທະນາ ແລະ ການກະທຳຂອງເພິ່ນ ສະແດງໃຫ້ເຫັນເຖິງ “ຄວາມເປັນອິດສະຫຼະ” ຢ່າງຊັດເຈນ ເຮັດໃຫ້ມີຄວາມປະທັບໃຈວ່າ ທ່ານ ຢາມາໂມໂຕະ ເປັນຄົນທີ່ມີຄວາມອິດສະຫຼະຢ່າງແທ້ຈິງ ເມື່ອຖາມເພິ່ນວ່າ “ທ່ານ ມີຄວາມເປັນອິດສະຫຼະຕັ້ງແຕ່ທຳອິດເລີຍຫຼືບໍ່?” ເພິ່ນ ບອກວ່າເປັນເພາະປື້ມເຫຼັັ້ມໜຶ່ງທີ່ມີຊື່ວ່າ “ຂໍ້ຄວາມເຖີງພວກໝາປ່າ” ທີ່ເພິ່ນໄດ້ພົບໃນຊ່ວງປີທີ່ສອງຂອງມະຫາໄລ.
ປື້ມເລັ້ມນີ້ຂຽນໂດຍນັກຂ່າວ ແລະ ນັກຂຽນຊື່ດັງ ໂບບິຮິໂກະ ໂອຊິໄອ ເຊິ່ງເນັ້ນເຖິງແນວຄິດໃນການກຳລົງຊີວິດທີ່ຍຶດຖືຄວາມເປັນອິດສະຫຼະ ເຊັ່ນ: “ການບໍ່ພຶ່ງພາຜູ້ອື່ນ” ແລະ “ສິ່ງທີ່ຕ້ອງການຕ້ອງໄປຄວ້າມາດ້ວຍຕົວເອງ ນັ້ນແຫລະຄືຄວາມສະໜຸກສະໜານຂອງຊີວິດ” ຫຼັງຈາກນັ້ນ ທ່ານ ຢາມາໂມໂຕະ ໄດ້ອ່ານປື້ມເກືອບທັງໝົດຂອງ ໂອຊິໄອ ແລະ ໃນຂະບວນການນີ້ ເພິ່ນໄດ້ຄິດເຖິງຄວາມປະຖະໜາທີ່ຈະ “ໃຊ້ຊີວິດຢ່າງອິດສະຫຼະ”
ບໍ່ຕ້ອງຈ່າຍເງິນເດືອນຈົນກວ່າຈະມີຝີມື ແລະ ການເຂົ້າສູ່ເສັ້ນທາງວິສະວະກອນ
ທ່ານ ຢາມາໂມໂຕະ ເລືອກທີ່ຈະເລີ່ມຕົ້ນເສັ້ນທາງອາຊີບໃນຖານະໂປແກມເມີ້ ໂດຍຕັດສິນໃຈເຂົ້າເຮັດວຽກທີ່ບໍລິສັດຊອບແວຂະໜາດນ້ອຍໃນເມືອງ ຮາມາມັດສຶ ເຊິ່ງເປັນບ້ານເກີດຂອງເພິ່ນເອງ ບໍລິສັດແຫ່ງນີ້ກໍ່ຕັ້ງຂື້ນໂດຍກຸ່ມຜູ້ສຳເລັດການສຶກສາຈາກມາຫາໄລໂຕກຽວ ແລະ ມະຫາໄລກຽວໂຕ ເຊິ່ງເຄີຍເຮັດວຽກເປັນວິສະວະກອນໃນບໍລິສັດໃຫ່ຍ ແລະ ກຳລັງຢູ່ໃນຊ່ວງເຕີບໄຕເປັນປີທີ່ 7 ໂດຍຖືເປັນບໍລິສັດທີ່ມີຊື່ສຽງຫຼາຍໃນຍຸກນັ້ນ ດ້ວຍອັດຕາການຜ່ານເຂົ້າເຮັດວຽກບໍ່ຮອດ 1% ເລິຍ
ທ່ານ ຢາມາໂມໂຕະ ມີຄວາມປະທັບໃຈໃນບໍລິສັດນີ້ຫຼາຍ ເພາະເຫັນວ່າເປັນກຸ່ມຜູ້ຊ່ຽວຊານທີ່ມີທັກສະສູງ ຈຶ່ງຢາກເຮັດວຽກບ່ອນນັ້ນໃຫ້ໄດ້ ໃນການສຳພາດຮອບສຸດທ້າຍ ທ່ານສະແດງຄວາມມຸ່ງໝັ່ນໂດຍເວົ້າວ່າ “ບໍ່ຕ້ອງຈ່າຍເງິນເດືອນໃຫ້ເພິ່ນ ຂໍແຕ່ໃຫ້ເພິ່ນໄດ້ຝຶກຝົນຈົນເຮັດວຽກໄດ້ແທ້ ແລ້ວຄ່ອຍຈ່າຍເງິນເດືອນທີຫຼັງ ເພິ່ນຕັ້ງໃຈວ່າຈະອອກໄປເຮັດທຸລະກິດຂອງຕົນເອງໃນອານາຄົດ ຂໍແຕ່ໃຫ້ໄດ້ເຂົ້າເຮັດວຽກ”
ຄວາມຕັ້ງຂອງເພິ່ນສື່ເຖິງຜູ້ບໍລິຫານໄດ້ດີ ຈົນເຮັດໃຫ້ໄດ້ຮັບການຈ້າງງານ ແລະ ໄດ້ເລີ່ມຕົ້ນເສັ້ນທາງການເຮັດວຽກໃນບໍລິສັດນີ້ ການທີ່ເພິ່ນເວົ້າວ່າ “ບໍ່ຕ້ອງຈ່າຍເງິນເດືອນ” ໃນການສຳພາດແມ່ນສຸດຍອດຫຼາຍ ແຖມຍັງບອກວ່າ “ຕັ້ງໃຈຈະອອກໄປເຮັດທຸລະກິດຂອງຕົນເອງ” ໃນການສຳພາດງານ ຖືວ່າເປັນຄຳເວົ້າທີ່ຕ້ອງໃຊ້ຄວາມກ້າ ແລະ ຄວາມໝັ່ນໃຈໃນຕົວເອງຫຼາຍ.
ຫຼັງຈາກໄດ້ເຮັດວຽກໃນບໍລິສັດທີ່ຕ້ອງການແລ້ວ ທ່ານ ຢາມາໂມໂຕະ ໄດ້ທຸ່ມເທໃນການສະສົມປະສົບການໃນຖານະວິສະວະກອນ ໂດຍເຮັດວຽກຈົນເດິກຫຼາຍຄັ້ງ ແຕ່ຄວາມມ່ວນໃນການທີ່ເພິ່ນສາມາດເຮັດສິ່ງທີ່ບໍ່ເຄີຍເຮັດມາກ່ອນ ເຮັດໃຫ້ເພິ່ນຫຼົງໄຫຼ ແລະ ບໍ່ຮູ້ສຶກວ່າເປັນຄວາມລຳບາກ
ເມື່ອໄດ້ເຫັນຮູ່ນອ້າຍທີ່ມີທັກສະສູງບໍ່ປະສົບຜົນສຳເລັດຫຼັງຈາກອອກໄປເຮັດວຽກຕົນເອງ ທ່ານ ຢາມາໂມໂຕະ ເລີ່ມຄິດວ່າ “ຖ້າຄົນເກັ່ງໆ ແບບນັ້ນຍັງລຳບາກ ການທີ່ເຮົາຈະອອກໄປເຮັດເອງກໍຄືຈະບໍ່ງ່າຍ” ນອກຈາກນີ້ ໃນການເຮັດວຽກແຕ່ລະມື້ ເພິ່ນຍັງຮູ້ສຶກວ່າ “ຄືສິບໍ່ແມ່ນຄົນທີ່ຊ່ຽວຊານເຖິງຂະໜາດເປັນຜູ້ຊ່ຽວຊານໃນສາຍວິສະວະກອນ” ຫຼັງຈາກເຮັດວຽກໄປບໍ່ຮອດ 3 ປີ ເພິ່ນຈຶ່ງຕັດສິນໃຈຍົກເລີກແຜນການເຮັດທຸລະກິດໃນສາຍນີ້.
ສິ່ງທີ່ໄດ້ຮັບຈາກການບໍ່ສັ່ງສົມປະສົບການໃນສາຍອາຊີບ
ທ່ານ ຢາມາໂມໂຕະ ໄດ້ເລັ່ງເປົ້າໝາຍເຫັນຕໍ່ໄປຄືການເຮັດທຸລະກິດໃນວົງການກິລາ ໂດຍເລືອກທີຈະໃຊ້ທັກສະທີ່ເພິ່ນຖະນັດຄືການຫຼີ້ນເທນນິດໃນການຫາລ້ຽງຊີບ ເພິ່ນຕັດສິນໃຈປ່ຽນງານໄປເຮັດທີ່ສະໂມສອນເທນນິດ ເຖິງວ່າການເລືອກງານທີ່ບໍ່ຄາດຝັນນີ້ເຮັດໃຫ້ຄົນອ້ອມຂ້າງຕົກໃຈ ແຕ່ ເພິ່ນກໍບໍ່ມີຄວາມຄິດທີ່ວ່າການຕັດສິນໃຈນີ້ເປັນການເສຍໂອກາດທາງການສຶກສາ ຫຼື ປະສົບການ ການເຮັດວຽກທີ່ຜ່ານມາຂອງເພິ່ນ ເບິ່ງແຕ່ວ່າພຽງອານາຄົດຂ້າງໜ້າ ແລະ ບໍ່ໄດ້ຫວນກັບໄປຍັງ ອາດີດ ແຕ່ຫຼັງຈາກເຮັດວຽກເປັນໂຄດເທນນິດໄດ້ 1ປີເຄິ່ງ ເພິ່ນກັບຄົ້ນພົບວ່າວຽກສອນຄົນອື່ນບໍ່ເໝາະສົມກັບຕົນເອງ.
ຈາກນັ້ນ ທ່ານ ຢາມາໂມໂຕະ ຈຶ່ງຕັງເປົ້າໝາຍໃໝ່ດ້ວຍການເສັງເພື່ອເປັນກົດໝາຍດ້ານປະກັນສັງຄົມ ເຊິ່ງເປັນອາຊີບທີ່ສາມາດເຮັດວຽກເປັນອິດສະຫຼະໄດ້ ຫຼັງຈາກເສັງຜ່ານ ເພິ່ນໄດ້ຮຽນຮູ້ວິຊາອາຊີບຜ່ານການເຮັດວຽກໃນສຳນັກງານກົດໝາຍສ່ວນບຸກຄົນ ໂດຍເຮັດວຽກໃນສານນີ້ເປັນເວລາ 2ປີ ແຕ່ເພິ່ນກໍບໍ່ສາມາດຈິນຕະນາການວ່າຈະເຮັດວຽກທີ່ຊຳຊາກແບບນີ້ຕໍ່ໄປຕະຫຼອດຊີວິດໄດ້ ເພິ່ນຈຶ່ງຕັດສິນໃຈທີ່ຈະຢຸດເຮັດວຽກໃນສາຍນີ້ອີກຄັ້ງ. ຫຼັງຈາກນັ້ນ ເພິ່ນໄດ້ຮັບເຊີນຈາກບໍລິສັດຂະໜາດນ້ອຍເຊິ່ງກຳລັງປະສົບບັນຫາດ້ານການສືບທອດຕຳແໜ່ງຜູ້ນຳໃຫ້ເຂົ້າມາເຮັດວຽກໃນຖານະຜູ້ສືບທອດຕຳແໜ່ງປະທານ ແຕ່ການເຂົ້າມາເຮັດວຽກກະທັນຫັນໃນຖານະຜູ້ທີ່ບໍ່ຮູ້ຫຍັງເລີຍກ່ຽວກັບບໍລິສັດມາກ່ອນເຮັດໃຫ້ ເພິ່ນຮູ້ສຶກມີໄລຍະຫ່າງລະຫວ່າງເພິ່ນກັບພະນັກງານຄົນອື່ນ ເຖິງວ່າພະຍາຍາມເຮັດວຽກຢູ່ເປັນເວລາ 1ປີເຄິ່ງ ແຕ່ໃນທີ່ສຸດກໍ່ຮູ້ສຶກວ່າ “ການສືບທອດບໍລິສັດທີ່ຄົນອື່ນສ້າງຂື້ນມານັ້ນບໍ່ແມ່ນສິ່ງທີ່ຕົນເອງຕ້ອງການ ຄຸນຄ່າທີ່ແທ້ຈິງຢູ່ທີ່ການສ້າງບາງສິ່ງຂື້ນມາຈາກສູນ”
“ຂ້ອຍເຊື່ອວ່າສ່ວນໃຫ່ຍແລ້ວໃນໄວ 20ປີ ເຮົາບໍ່ຮູ້ວ່າຕ້ອງການເຮັດຫຍັງ ຫຼື ຖະນັດຫຍັງ ການເຄື່ອນໄຫວ ແລະ ຫຼົມເຫຼວຈະຊ່ວຍໃຫ້ເຮົາຄົ້ນພົບຕົວເອງທີ່ແທ້ຈິງຂອງເຮົາ ໄດ້ຫຼາຍກວ່າການມົວແຕ່ນັ່ງຄິດ ຂ້ອຍເຊື່ອວ່າຂ້ອຍພະຍາຍາມເຮັດທຸກຢ່າງ ຢ່າງຈິງຈັງ ແຕ່ສຸດທ້າຍກໍ່ບໍ່ໄດ້ເຮັດສິ່ງນັ້ນແລ້ວ ຫາກໄດ້ຮຽນຮູ້ຫຍັງບາງຢ່າງກໍ່ຄ່ອຍໆເປັນຄ່ອຍໆໄປ ຕັດສິ່ງທີ່ບໍ່ເໝາະສົມແລະ ສິ່ງທີ່ບໍ່ມີຄວາມສົນໃຈອອກໄປເທື່ອລະຢ່າງໃນຊ່ວງໄວ 20 ປີ” (ທ່ານ ຢາມາໂມໂຕະ)
ໃນທີ່ສຸດ ເມື່ອເພິ່ນຕັດສິນໃຈເລີ່ມຕົ້ນທຸລະກິດໃນສາຍອິນເຕີເນັດ ທັກສະການຂຽນໂປແກມທີ່ເພິ່ນເຄີຍຮຽນມາໃນຊ່ວງທີ່ເຮັດວຽກທີ່ບໍລິສັດທຳອິດກັບກາຍເປັນຈູດແຂງທີ່ເຮັດໃຫ້ເພິ່ນປະສົບຜົນສຳເລັດໃນພາຍຫຼັງ “ຂ້ອຍຄິດວ່າທັກສະນີ້ຍັງຄົງຢູ່ ເພາະເປັນທັກສະທີ່ຂ້ອຍຮຽນຮູ້ມາຢ່າງຕັ້ງໃຈໃນຊ່ວງເວລາ 3ປີທີ່ເຮັດວຽກຢ່າງໜັກ ຂ້ອຍບໍ່ເຄີຍຄິດວ່າຈະກັບມາໃນສາຍນີ້ອີກ ແຕ່ເຖິງວ່າຈະມີຊ່ວງເວລາຫ່າງຫາຍເຖິງ 7ປີ ທັກສະການຂຽນໂປແກມກໍກັບມາທັນທີ ຂ້ອຍຕ້ອງຂອບໃຈບໍລິສັດທີ່ໃຫ້ໂອກາດຮຽນຮູ້ ແລະ ຂອບໃຈລຸຸ້ນອ້າຍທີ່ສອນວຽກໃຫ້ຂ້ອຍ” (ທ່ານ ຢາມາໂມໂຕະ)
ປະສົບການທີ່ໄດ້ຈາກການຄົ້ນພົບວ່າຕົນເອງບໍ່ເໝາະສົມກັບການສອນ ຄວາມຮູ້ດ້ານກົດໝາຍແຮງງານຈາກການເປັນນັກກົດໝາຍປະກັນສັງຄົມ ແລະ ປະສົບການໃນການເຮັດວຽກໃນການເຮັດວຽກເປັນຜູ້ສືບທອດຕຳແໜ່ງປະທານ ລ້ວນເປັນປະສົບການທີ່ມີຄຸນຄ່າສຳລັບການເປັນຜູ້ປະກອບການໃນອານາຄົດ ການທີ່ ທ່ານ ຢາມາໂມໂຕະ ກ້າທີ່ຈະຖິ້ມເສັ້ນທາງອາຊີບທີ່ເຄີຍຍ່າງມາກໍ່ເປັນການພິສູດວ່າເຂົາປະເຊີນໜ້າກັບຄວາມຈິງຂອງຕົນເອງ ແລະ ປັບປ່ຽນທິດທາງໄປໃນເສັ້ນທາງທີ່ເໝາະສົມ ນອກຈາກນີ້ ການທີ່ເພິ່ນສາມາດຖິ້ມປະສົບການທີ່ເຄີຍສັ່ງສົມມາເພື່ອເລີ່ມຕົ້ນສິ່ງໃໝ່ໄດ້ ຍັງສະທ້ອນໃຫ້ເຫັນເຖິງຄວາມເຊື່ອໝັ່ນໃນຕົວເອງໃນການປະເຊີນໜ້າກັບສິ່ງໃໝ່ໆ.
“ຂ້ອຍຄິດວ່າການທີ່ບໍ່ປຽບທຽບຕົນເອງກັບຄົນອື່ນເປັນສິ່ງທີ່ຊ່ວຍຂ້ອຍໄດ້ຫຼາຍ ບໍ່ວ່າຕອນເສັງເຂົ້າມະຫາໄລ ເສັງເຂົ້າເຮັດວຽກ ຫຼື ຕອນເຮັດວຽກກໍຕາມ ຂ້ອຍບໍ່ເຄີຍຈື່ໄດ້ວ່າຕົນເອງເອົາຄົນອື່ນມາເປັນເກນໃນການເລືອກເສັ້ນທາງ ເຊື່ອວ່າຖ້າປຽບທຽບຕົນເອງກັບຄົນອື່ນໃນໄວ 20ປີ ກໍຄືຈະຮູ້ສຶກກັງວົນ ແຕ່ການບໍ່ປຽບທຽບຕົນເອງກັບຄົນອື່ນເຮັດໃຫ້ເຮັດໄດ້ພຽງ 60% ຂອງເປົ້າໝາຍ ກໍຖືວ່າສຳເລັດແລ້ວ” (ທ່ານ ຢາມາໂມໂຕະ)
ເລືອກເປັນຜູ້ປະກອບການເພາະຄວາມຄິດການພຶ່ງພາຕົວເອງ ແລະ ຄວາມປາຖະໜາໃນການເກັບກ່ຽວປະສົບການ
ທີ່ແກ່ນແທ້ຂອງ ທ່ານ ຢາມາໂມໂຕະ ຄືຄວາມປາຖະໜາອັນແຮງກ້າທີ່ຈະ “ພຶ່ງພາຕົນເອງເພື່ອຫາລ້ຽງຊີບ” ນອກຈາກນີ້ ສິ່ງທີ່ມີອິດທິພົນຫຼາຍຕໍ່ແນວທາງການດຳລົງຊີວິດຂອງເພິ່ນແມ່ນ ”ຄວາມປາຖະໜາໃນການເກັບກ່ຽວປະສົບການ” ເພິ່ນມີຄວາມຕ້ອງການຢ່າງແຮງກ້າທີ່ຈະສຳພັດກັບສິ່ງຕ່າງໆ ໃຫ້ຫຼາຍທີ່ສຸດໃນຊີວິດດຽວ ຍ້ອນກັບໄປໃນຊ່ວງທີ່ເພິ່ນເປັນນັກສຶກສາມາຫາໄລ ເພິ່ນກໍໄດ້ເຊົ້າຮ່ວມຊົມລົມທີ່ມີລັກສະນະແລະ ແນວທາງທີ່ແຕກຕ່າງກັນໂດຍສິ້ນເຊີງ ເຊິ່ງສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍຂອງປະສົບການທີ່ເພິ່ນຕ້ອງການຄົ້ນຫາ
ການເລືອກເສັ້ນທາງເປັນຜູ້ປະກອບການຂອງເພິ່ນບໍ່ໄດ້ເປັນພຽງວິທີການທີ່ຈະພຶ່ງພາຕົວເອງເພື່ອຫາລ້ຽງຊີບເທົ່ານັ້ນ ແຕ່ຍັງເປັນວິທີການກະຕຸ້ນຄວາມປາຖະໜາໃນການເກັບກ່ຽວປະສົບການຂອງເພິ່ນໄດ້ນຳ ການເປັນຜູ້ປະກອບການເປີດໂອກາດໃຫ້ເພິ່ນໄດ້ລອງສິ່ງໃໝ່ໆ ທີ່ບໍ່ສຳພັດ ເຊິ່ງເປັນສິ່ງທີ່ເຕີມເຕັມຄວາມປາຖະໜາຂອງເພິ່ນໃນການເກັບກ່ຽວປະສົບການ. ໂດຍທົ່ວໄປແລ້ວ ຜູ້ທີ່ຕັດສິນໃຈເປັນຜູ້ປະກອບການມັກມີແຮງຈູງໃຈຈາກພາຍນອກ ເຊັ່ນ ການຕ້ອງການຫາເງິນຫຼາຍໆ ການຕ້ອງການມີຊື່ສຽງ ຫຼື ການຕ້ອງການສ້າງຜົນກະທົບຕໍ່ສັງຄົມແຕ່ສຳຫຼັບ ທ່ານ ຢາມາໂມໂຕະ ແຮງຈູງໃຈຂອງເພິ່ນບໍ່ໄດ້ມາຈາກປັດໄຈພາຍນອກເຫຼົ່ານີ້ ແຕ່ກັບເປັນແຮງຈູງໃຈພາຍໃນທີ່ສະທ້ອນເຖິງການສົນທະນາ ແລະ ປະເຊີນໜ້າກັບຕົນເອງ.
ຕໍ່ໄປ